Total Pageviews

Labels

Contents

Report Abuse

Skip to main content

Madam Jasmine

We share to the world what we know.......

Insurance ການປະກັນໄພ

Knowledge about Insurance

ການປະກັນໄພແມ່ນຫຍັງ?

ການອະທິບາຍເປັນວິດີໂອສາມາດເຂົ້າເບິ່ງໄດ້ທີ່:ການປະກັນໄພແມ່ນຫຍັງ?What is Insurance?

ການປະກັນໄພໝາຍເຖິງການບໍລິຫານຄວາມສ່ຽງຫຼືສິນທົດແທນເພື່ອປ້ອງກັນການສູນເສຍທາງດ້ານການເງິນທີ່ອາດຈະເກີດຂຶ້ນກັບຜູ້ຊື້ປະກັນໄພຫຼືຜູ້ໄດ້ຮັບປະກັນໄພທີ່ໄດ້ຈ່າຍຄ່າປະກັນໄພແລ້ວ. ໃນນີ້, ຜູ້ສະໜອງປະກັນໄພຫຼືບໍລິສັດປະກັນໄພຈະຕ້ອງຄຸ້ມຄອງຄວາມສ່ຽງແລະຈ່າຍສິນປະກັນໄພໃຫ້ແກ່ຜູ້ໄດ້ຮັບປະກັນໄພຕາມທີ່ໄດ້ຕົກລົງໃນສັນຍາປະກັນໄພ.


ການປະກັນໄພມີຈັກປະເພດ?

ການປະກັນໄພມີ 2 ປະເພດ ຄື: ປະກັນໄພຊີວິດ( Life Insurance) ແລະ ປະກັນໄພທົ່ວໄປ(Non-Life Insurance).

1. ປະກັນໄພຊີວິດ( Life Insurance)

ປະກັນໄພຊີວິດ ແມ່ນ ການປະກັນໄພທີ່ຄ້ຳປະກັນປົກປ້ອງຄວາມສ່ຽງຕໍ່ຊີວິດຂອງຜູ້ໄດ້ຮັບປະກັນໄພຕະຫຼອດຊີວິດ ຫຼື ຕາມໄລຍະເວລາທີ່ໄດ້ກຳນົດຢູ່ໃນສັນຍາ.

2. ປະກັນໄພທົ່ວໄປ(Non-Life Insurance)

ປະກັນໄພທົ່ວໄປ ແມ່ນ ການປະກັນໄພທີ່ຄ້ຳປະກັນປົກປ້ອງຄວາມສ່ຽງຕໍ່ຊັບສິນ, ຄວາມຮັບຜິດຊອບທາງແພງຕໍ່ບຸກຄົນທີ່ສາມ ແລະ ປະກັນໄພອື່ນໆທີ່ບໍ່ແມ່ນປະກັນໄພຊິວິດ.
ປະກັນໄພທົ່ວໄປມີ 2 ແບບ ຄື ແບບສະໝັກໃຈ ແລະ ແບບບັງຄັບ.
2.1 ການປະກັນໄພທົ່ວໄປແບບສະໝັກໃຈ: ແມ່ນການປະກັນໄພ ທີ່ບຸກຄົນ, ນີຕິບຸກຄົນ ຫຼື ການຈັດຕັ້ງສະໝັກໃຈຊື້ ໂດຍມີສິດເລືອກເອົາປະເພດ, ວົງເງິນປະກັນໄພຂອງການຄຸ້ມກັນ ຕາມຄວາມເໝາະສົມ ແລະ ຄວາມຕ້ອງການຂອງຜູ້ຊື້ປະກັນໄພວາງອອກ.
2.2 ການປະກັນໄພທົ່ວໄພແບບບັງຄັບ: ແມ່ນການປະກັນໄພ ທີ່ບຸກຄົນ, ນີຕິບຸກຄົນ ຫຼື ການຈັດຕັ້ງ ຈະຕ້ອງຊື້ເພື່ອຄຸ້ມຄອງຄວາມເສຍຫາຍທາງແພງທີ່ອາດຈະເກີດຂຶ້ນຕໍ່ຊີວິດ ແລະ ຊັບສິນຂອງບຸກຄົນທີ່ສາມ.


Thank you everyone for visiting my blog. With strong credibility of education background in Commerce and MBA in Sustainable Development & Management and the working experience in teaching and Account Receivable, hence my mission is sharing the professional skills, finance, personal growth and and sustainable living for a happier life.

Comments