Total Pageviews

Labels

Contents

Report Abuse

Skip to main content

Madam Jasmine

We share to the world what we know.......

How to deal with STUBBORN DEBTORS



ເວົ້າເລື່ອງທວງໜີ້ ມັນຕ້ອງໃຊ້ຄຳດຽວຄື "ຈິດສຳນຶກຂອງລູກໜີ້". ຖ້າຫາກວ່າລູກໜີ້ບໍ່ມີຈິດສຳນຶກທີ່ຈະຈ່າຍໜີ້ ເຂົາກໍມີເຫດຜົນເປັນຮ້ອຍເປັນພັນເຫດຜົນເພື່ອສະໜັບສະໜູນການບໍ່ຈ່າຍໜີ້ ຫຼື ດຶງເວລາແກ້ຍາວໄປ. ສຳລັບລູກໜີ້ດຣາມາ ຫຼື ລູກໜີ້" ໄມ່ມີ ໄມ່ໜີ ໄມ່ຈ່າຍ" , ເຮົາເປັນຄົນທວງໜີ້ຈຳເປັນທີ່ຈະຕ້ອງສ້າງເອກະສານພູກມັດໄວ້ ເພື່ອເອົາເປັນເອກະສານໃນການດຳເນີນຂັ້ນຕໍ່ໄປ ຄື ການຮ້ອງຟ້ອງ. ແຕ່ກ່ອນຊິຮອດຂັ້ນຕອນການຮ້ອງຟ້ອງໄດ້ ເຮົາຈະຕ້ອງສ້າງເອກະສານພູກພັນກັນດັ່ງຕໍ່ໄປນີ້:

  1. ໃບສະເໜີການຊຳລະຈາກລູກໜີ້: ຜູ້ທວງໜີ້ຈະຕ້ອງໂນມນາວ ພູດຈາດີ ລົມມ່ວນ ເພື່ອໃຫ້ລູກໜີ້ຮັບຮູ້ໜີ້ສິນ ແລະ ສະເໜີການຊຳລະມາກ່ອນ ບໍ່ວ່າການສະເໜີຂອງລູກໜີ້ຈະໃຊ້ເວລາດົນສຳໃດກະຢ່າ. ເຮົາຮັບການສະເໜີນັ້ນໄດ້ຫຼືບໍ່ມັນເປັນອີກເລື່ອງໜຶ່ງ ແຕ່ປະເດັ່ນທີ່ເຮົາຢາກໄດ້ແມ່ນການຍອມຮັບ ແລະ ຮັບຮູ້ໜີ້ສິນຈາກລູກໜີ້. 

  2. ໂອ້ລົມກັນແບບສິນຕິສອງຝ່າຍ: ຫຼັງຈາກທີ່ເຮົາໄດ້ຮັບໜັງສືເປັນລາຍລັກອັກສອນກ່ຽວເລື່ອງຍອມຮັບໜີ້ສິນຈາກລູກໜີ້ແລ້ວ ເຮົາຕ້ອງໂອລົມແບບສັນຕິກ່ອນ ເປີດໃຈຮັບຟັງການສະເໜີ ບັນຫາຂອງລູກໜີ້ ແລະ ປະເມີນເບິ່ງແຜນການຊຳລະຂອງລູກໜີ້. ຖ້າຫາກວ່າທັງສອງຝ່າຍມີຈຸດເຂົ້າກັນໄດ້ ປັບກັນໄດ້ ເຮົາກໍລະບຸເນື້ອໃນຕ່າງໆກ່ຽວກັບການໂອ້ລົມກັນ ການສະເໜີ ແລະ ແຜນການຊຳລະຈາກລູກໜີ້ເພື່ອເປັນເອກະສານໃນການປະຕິບັດການຊຳລະຂອງລູກໜີ້.

  3. ການແກ້ໄຂຂໍ້ຂັດແຍງຂັ້ນບ້ານ: ໃນກໍລະນີທີ່ລູກໜີ້ບໍ່ສາມາດປະຕິບັດການຊຳລະໜີ້ໄດ້ ຫຼື ກາຍເວລາມາດົນ ບໍ່ມີເຫດຜົນທີ່ໜ້າເຊື່ອຖືໄດ້, ຜູ້ທວງໜີ້ຈຳເປັນທີ່ຈະຕ້ອງປະກອບເອກະສານຍືນບ້ານຂອງລູກໜີ້ ເພື່ອຂໍໃຫ້ອຳນາດການປົກຄອງບ້ານເອີ້ນລຼກໜີ້ມາລົມຊ່ອງໜ້າກັນ ໂດຍມີກຽດ ແລະ ພະຍານຈາກອຳນາດການປົກຄອງບ້ານ. ຖ້າຫາກວ່າລູກໜີ້ຍິນຍອມພຽງຂັ້ນບ້ານ ເຮົາກໍ່ໄດ້ບົດບັນທຶກຂັ້ນບ້ານເປັນລາຍລັກອັກສານເພື່ອພູກມັດໃນການປະຕິບັດການຊຳລະໜີ້, ແຕ່ຫາກວ່າ ເຈົ້າໜີ້ ກັບ ລູກໜີ້ຕົກລົງກັນບໍ່ໄດ້ໃນຂັ້ນນີ້, ມັນຈຳເປັນທີ່ຈະປະກອບເອກະສານໄປຂັ້ນຕໍ່ໄປ.

  4. ຂັ້ນເຈົ້າໜ້າທີ່ຕຳຫຼວດ: ກ່ອນຊິຍືນເອກະສານຮ້ອງຟ້ອງຂັ້ນເຈົ້າໜ້າທີ່ຕຳຫຼວດ ເຈົ້າໜີ້ຕ້ອງໝັ້ນໃຈວ່າຕົນວ່າມີເອກະສານໜ້າເໜັ້ນຄົບຖ້ວນເພື່ອທີ່ຈະພິສູດຊີ້ແຈ້ງວ່າ ຜູ້ທີ່ເຮົາຮ້ອງຟ້ອງນັ້ນຕິດໜີ້ແທ້ ແລະ ທີ່ຜ່ານມາບໍ່ປະຕິບັດການຊຳລະຕາມທີ່ໄດ້ຕົກລົງ ແລະ ບໍ່ມີເຫດຜົນທີ່ເໝາະສົມ ເພາະຢູ່ໃນຂັ້ນນີ້,ເຈົ້າໜ້າທີ່ຈະເຮັດການສອບສວນ-ສືບສວນກ່ຽວກັບສຳນວນຄະດີທີ່ເຮົາໄດ້ຍືນໄປ. ເມື່ອເຮົາມີເອກະສານຄົບຖ້ວນ, ລູກໜີ້ຍາກທີ່ຈະບໍ່ປະຕິບັດ ເພາະຂັ້ນຕອນນີ້ແມ່ນຂັ້ນຕອນທີ່ເຈົ້າໜ້າທີ່ສະຫຼຸບຜົນໂດຍອີງຕາມກົດໝາຍ. ຖ້າຫາກລູກໜີ້ບໍ່ປະຕິບັດ ຫຼື  ລົບໜີ ຜົນຂອງລູກໜີ້ມີແຕ່ສອງຢ່າງ ຄັນ ບໍ່ຕິດຄຸກ ກໍ່ບໍ່ມີທີ່ຢືນໃນສັງຄົມ.

    ຫຼືສາມາດເຂົ້າເບິ່ງເປັນວິດີໂອຕາມນີ້ໄດ້ເລີຍ Link ອະທິບາຍເປັນວິດີໂອກ່ຽວກັບການຮັບມືກັບລູກໜີ້

Thank you everyone for visiting my blog. With strong credibility of education background in Commerce and MBA in Sustainable Development & Management and the working experience in teaching and Account Receivable, hence my mission is sharing the professional skills, finance, personal growth and and sustainable living for a happier life.

Comments