ຈຸດປະສົງຂອງຜູ້ທວງໜີ້ ຄື ການເກັບໜີ້ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ເຮັດໄດ້. ການຕິດຕາມ ແລະ ເກັບໜີ້ໃຫ້ປະສົບຜົນສຳເລັດມັນຕ້ອງການຫຼາຍປັດໄຈຕໍ່ເນື່ອງກັນ.
ເຕັກນິກໃນການຕິດຕາມຂອງນັກທວງໜີ້ມັນອາດຈະແຕກຕ່າງກັນໄປໂດຍອີງຕາມປະເພດໜີ້ ອາຍຸໜີ້ ປະເພດລູກໜີ້ ຄວາມສາມາດໃນການຊຳລະໜີ້....ເປັນຕົ້ນ.
ໂດຍສ່ວນຫຼາຍປັດໄຈຫຼັກທີ່ເຮັດໃຫ້ການຕິດຕາມ ແລະ ເກັບໜີ້ໃຫ້ປະສົບຜົນສຳເລັດ ມັກມີ 6 ອົງປະກອບດັ່ງຕໍ່ໄປນີ້:
- ຈັນຍາບັນ ແລະ ໜ້າທີຂອງພະນັກງານ
- ຄວາມຮັບຜິດຊອບຕໍ່ໜ້າວຽກ
- ຄວາມຮູ້ພື້ນຖານກ່ຽວກັບການທວງໜີ້ ( ເປັນຫຍັງຕ້ອງທວງໜີ້, ຕົວແບບຂັ້ນຕອນການເກັບໜີ້, ເຕັກນິກການຕິດຕາມໜີ້ແຕ່ລະປະເພດ, ການແບ່ງປະເພດໜີ້ຕາມອາຍຸໜີ້....)
- ເຕັກນິກການເຈລະຈາຕໍ່ລອງການເກັບໜີ້( ເຕັກນິກການເຈລະຈາຕໍ່ລອງ20ປະການ, ການລະງົບອາລົມລະຫວ່າງທວງໜີ້)
- ຮູບແບບຂັ້ນຕອນການເກັບໜີ້(ຈະເຮັດໃຫ້ການເກັບໜີ້ງ່າຍຂຶ້ນໄດ້ແນວໃດ?)
- ການຄວມຄຸ້ມການທວງໜີ້.
Comments
Post a Comment