ວຽກເປັນນັກທວງໜີ້ ອາດເວົ້າວ່າ ເປັນວຽກທີ່ທ່າທາຍ ບາງທີກໍກົດດັນອືດອັດຍ້ອນເຮົາເປັນຄົນກາງໃນການສື່ສານລະຫວ່າງເຈົ້າໜີ້ ແລະ ລູກໜີ້, ແຕ່ອັນຫຼັກໆແລ້ວ ເປົ້າໝາຍຂອງນັກທວງໜີ້ກໍຄືເກັບໜີ້ໃຫ້ໄດ້ເທົ່າທີ່ເຮັດໄດ້ນັ້ນເອງ.
ແຕ່ເຖິງຢ່າງໃດກໍຕາມ ຈັນຍາບັນ ແລະ ໜ້າທີ່ຕ້ອງມາກ່ອນສະເໝີ ເພາະມັນຄືວຽກທຸລະກິດ ບໍ່ແມ່ນບັນຫາສ່ວນຕົວ.ມີວຽກບາງວຽກເປັນວຽກອິດສະຫຼະ ທີ່ຂາດການຄວມຄຸ້ມຈາກຫົວໜ້າ ເພາະສະນັ້ນພະນັກງານທວງໜີ້ ຄວນຈະປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ດີທີ່ສຸດໂດຍມີຈິດສຳນຶກພໍບໍ່ຈຳເປັນຕ້ອງມີໃຜມາທວງຖາມຈຶ່ງເຮັດ. ການວາງອອກຈັນຍາບັນ ແລະ ຫນ້າທີ ມັນບໍ່ໄດ້ຄືກັນສະເໝີໄປທຸກທີ. ແຕ່ລະບ່ອນເຮັດວຽກ ມັນອາດຈະຕ່າງກັນ ແລະ ເລື່ອງຈັນຍາບັນຂອງພະນັກງານກໍບໍ່ຄືກັນ ມັນອາໄສຕາມຈິດສຳນຶກຂອງພະນັກງານ. ແຕ່ເຖິງຈັ່ງໃດກໍຕາມ ໂດຍສ່ວນຫຼາຍເຮົາມັກເຫັນມີຫົວຂໍ້ຫຼັກໆຕໍ່ກັບພະນັກງານທວງໜີ້ດັ່ງຕໍ່ໄປນີ້:+ ຈັນຍາບັນຂອງພະນັກງານທວງໜີ້
- ການຕົງຕໍ່ເວລາ: ກ່ອນອື່ນໝົດໃນການປະຕິບັດໜ້າທີຂອງຕົນຄືເລີ່ມຈາກໂດຍການຕົງຕໍ່ເວລາໃນເວລາລັດຖະການ.ການທີ່ມາວຽກຊ້າ ມັນບົ່ງບອກວ່າ ເຮົາເປັນຄົນທີ່ບໍ່ມີວິໄນ.
- ການຮັກສາຄວາມລັບ: ເຮົາຄວນຈະຮູ້ ອັນໃດຄວນເວົ້າ ອັນໃດບໍ່ຄວນເວົ້າ, ບໍ່ແມ່ນໄດຍິນຫຍັງເອົາໄປແຊວຕໍ່ໂດຍບໍ່ໄດ້ຄິດ ບໍ່ວ່າຈະເປັນຂໍ້ມູນຂອງເຈົ້າໜີ້ ຫຼື ຂໍ້ມູນຂອງລູກໜີ້ ການທີ່ເຮົາເອົາຄວາມລັບຂອງເຂົາເຈົ້າໄປເໝົາຕໍ່ ມັນຜິດທາງກົດໝາຍ ແລະ ກໍຜິດທາງຄວາມຮູ້ສືກຂອງຄົນ. ມັນຈະບົ່ງບອກວ່າຕົວເຮົາເປັນຄົນຈັ່ງໃດ.
- ການຮັບຟັງ ແລະ ຍອມຮັບ:ຢູ່ໃນການເຮັດວຽກຕົວຈິງມັນບໍ່ຄືການສອບເສັງຢູ່ໃນໂຮງຮຽນທີ່ເກັ່ງຜູ້ດຽວ ເຮັດຜູ້ດຽວ. ເຮົາຄວນຈະຖາມ, ຮັບຟັງຄວາມຄິດເຫັນຂອງຜູ້ອື່ນ ແລະ ເອົາມາພິຈະລາ ເພື່ອເອົາທັກສະຕ່າງໆພັດທະນາຕົວເອງເລື້ອຍໆ.
- ການເຫັນອົກເຫັນໃຈເພື່ອນຮ່ວມງານ: ເຮົາຄວນຈະເປັນເພື່ອນແທ້ໃຫ້ແກ້ເພື່ອນຮ່ວມງານ. ໃນຂະໜະທີ່ເຂົາເຈົ້າມີບັນຫາຕ້ອງການຄົນປຶກສາ ຮັບຟັງ ເຮົາຄວນຈະຮັບຟັງ ແລະ ຮັກສາຄວາມລັບໃຫ້ເຂົາເຈົ້າ ເພາະວ່າຫຍັງ ຫາກເຂົາມີບັນຫາ ມັນອາດຈະສົ່ງຜົນຕໍ່ການເຮັດວຽກເຮັດງານ ລະເຮົາກໍບໍ່ຄ່ອຍຢາກໄປລົມວຽກນຳ ຫາກເຮົາສັງເກັດເຫັນແນວນັ້ນ.
- ຄວາມສື່ສັດ: ການທວງໜີ້ ແມ່ນກ່ຽວກັບການເຈລະຈາຕໍ່ລອງບັນຫານເງີນຄຳ ຊັບສິນທີ່ມີຄ່າ...ການເຫັນເງິນຄຳຕໍ່ຫນ້າຕໍ່ຕາ ຕ້ອງມີສະຕິແລະຈິດສຳນຶກພໍ່ ວ່າມັນບໍ່ແມ່ນຂອງເຮົາ ຢ່າໄປຄິດຢາກໄດ້ຂອງເຂົາເຈົ້າ.
+ ໜ້າທີ່ຂອງພະນັກງານທວງໜີ້
- ການວາງແຜນລົງມືປະຕິບັດງານ:ເຮົາເປັນຄົນທວງໜີ້,ເຮົາຄວນຈະຈັດປະເພດລູກໜີ້ ແລະ ວາງແຜນໄວ້ ວ່າລູກໜີ້ແບບໃດຄວນເຮັດຈັ່ງໃດ, ເມື່ອເຮົາປະຕິບັດແຜນໜຶ່ງບໍ່ສຳເລັດ ມັນຕ້ອງໄປແຜນສອງແຜນສາມ....
- ການກະກຽມເອກະສານແຈ້ງໜີ້: ກ່ອນຈະເກັບໜີ້ໄດ້, ມັນຕ້ອງມີເອກະສານແຈ້ງໜີ້ຄັ້ງທີ່ຫນຶ່ງ ຄັ້ງທີ່ສອງ......
- ການເຈລະຈາຕໍ່ລອງການຊຳລະໜີ້: ບາງກໍລະນີ ມັນໄປບໍ່ໄດ້ຕາມແຜນທີ່ເຮົາຄິດ ເຊັ່ນການລ່າຊ້າຂອງການຊຳລະໜີ້, ລູກໜີ້ມີບັນຫາດ້ານການເງິນ, ລູກໜ້າມີເຫດຜົນບໍ່ຈົບໃນການດຶງເວລາບໍ່ຊຳລະ ເປັນຕົ້ນ.
- ການຄວມຄຸ້ມ ແລະ ເກັບໜີ້: ໝາຍເຖິງ ການຕິດຕາມ, ການເກັບກຳຂໍ້ມູນ ການເຄື່ອນໄຫວຕ່າງໆ ແລະ ຮູບແບບຂອງການເກັບໜີ້ ເຊັນຈ່າຍຈັ່ງໃດ ເປັນງວດ ເປັນເດືອນ...ຈ່າຍສົດ ຫຼື ໂອນ....
- ການເກັບມ້ຽນເອກະສານ: ພະນັກງານທວງໜີ້ຄວນຈັດປະເພດລູກໜີ້ ແລະ ຈຳແນກເອກະສານຂອງແຕລະກໍລະນີ, ເກັບມ້ຽນທຸກໆເອກະສານການເຄື່ອນໄຫວຈົນຮອດໜີ້ສິນຖືກໄດ້ເກັບໝົດ ຫຼື ປິດສຳນວນໜີ້ສິນ.
Comments
Post a Comment